Year: 2026
Type: article
Abstract: ການສຶກສາຄັ້ງນີ້ ມີຈຸດປະສົງຄື: 1) ເພື່ອສຶກສາການພັດທະນາຫຼັກສູດຝຶກອົບຮົມ ການປຸງແຕ່ງກາເຟໂດຍການນໍາໃຊ້ເຄື່ອງ ເອສເພຣສໂຊ, 2) ເພື່ອສຶກສາປະສິດທິພາບໃນການນໍາໃຊ້ຫຼັກສູດຝຶກອົບຮົມການປຸງແຕ່ງກາເຟ, 3) ເພື່ອສຶກສາດັດສະນີປະສິດທິຜົນໃນການນໍາໃຊ້ຫຼັກສູດຝຶກອົບຮົມການປຸງແຕ່ງກາເຟ, 4) ເພື່ອສຶກສາຄວາມເພີງພໍໃຈຂອງຜູ້ເຂົ້າຮ່ວມຝຶກອົບຫລັກສູດການປຸງແຕ່ງກາເຟ. ກຸ່ມເປົ້າໝາຍທີ່ໃຊ້ເຂົ້າໃນການສຶກສາໃນຄັ້ງນີ້ລວມທັງໝົດຈໍານວນ 15 ທ່ານ ຈາກ 9 ຕົວເມືອງທີ່ຂຶ້ນກັບນະຄອນ ຫຼວງວຽງຈັນ ເຄື່ອງມືທີ່ໃຊ້ເກັບຮວບລວມຂໍ້ມູນຄັ້ງນີ້ ຫຼັກສູດຝຶກອົບຮົມ, ແບບທົດສອບ, ແບບສອບຖາມ. ວິເຄາະຂໍ້ມູນໂດຍການຄິດໄລ່ສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ. ຜົນການຄົ້ນຄວ້າພົບວ່າ: 1) ຫຼັກສູດຝຶກອົບຮົມມີສ່ວນປະກອບຂອງໂຄງສ້າງຫຼັກສູດປະກອບດ້ວຍ ຫຼັກການ ແລະ ເຫດຜົນ, ຈຸດປະສົງ, ເນື້ອໃນ, ໂຄງສ້າງຫຼັກສູດ, ກິດຈະກໍາ, ສື່ປະກອບການຝຶກອົບຮົມ, ການວັດ ແລະ ປະເມີນຜົນ. ຫຼັກສູດຝຶກອົບຮົມສະບັບນີ້ເປັນຄູ່ມືເພື່ອດຳເນີນກິດຈະກຳ ເນັ້ນໂຄງສ້າງການຝຶກອົບຮົມໄລຍະສັ້ນ ແລະ ແຜນການຝຶກອົບຮົມຢ່າງລະອຽດ ຊຶ່ງແຜນການຈັດຝຶກອົບຮົມປະກອບດ້ວຍ: ຊື່ຫຼັກສູດ, ຊື່ໃບຢັ້ງຢືນ, ໜ່ວຍງານຮັບຜິດຊອບ, ຈຸດປະສົງ, ຄາດຄະເນຜົນໄດ້ຮັບ, ການກໍານົດເວລາເປີດຝຶກອົບຮົມ, ຄາດຄະເນຮັບຜູ້ເຂົ້າຮ່ວມຝຶກອົບຮົມ, ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມ, ວິທີການຄັດເລືອກຜູ້ເຂົ້າຝຶກອົບຮົມ, ການຈັດຕັ້ງການຝຶກອົບຮົມ, ເນື້ອໃນໂຄງສ້າງຫຼັກສູດ, ວາລະການຝຶກອົບຮົມ, ການລົງທະບຽນ, ອາຄານສະຖານທີ, ອຸປະກອນການຝຶກອົບຮົມ, ງົບປະມານ. ການປະເມີນໂຄງຮ່າງຫຼັກສູດຝຶກອົບຮົມການປຸງແຕ່ງກາເຟ ຈາກຜູ້ຊ່ຽວຊານຈຳນວນ 5 ທ່ານ ສະເລ່ຍໂດຍລວມແລ້ວກວມເອົາ 90.11 ສ່ວນຮ້ອຍ. 2) ຜົນການວິເຄາະປະສິດທິພາບຂອງການນໍາໃຊ້ຫຼັກສູດການປຸງແຕ່ງກາເຟ ນໍາກຸ່ມເຂົ້າຮ່ວມຝຶກອົບຮົມ ຈຳນວນ 15 ຄົນ ເຫັນວ່າປະສິດທິິພາບຂອງຂະບວນການຝຶກອົບຮົມ ໂດຍລວມແລ້ວປະສິດທິພາບຂອງບົດສອນ (E1/E2 = 85.63 / 89.90) ເຊິ່ງສູງກວ່າເກນທີ່ຕັ້ງໄວ້ 80/80. 3) ຜົນການວິເຄາະຫາຄ່າດັດສະນີປະສິດທິຜົນ ມີຄວາມກ້າວໜ້າຂອງຜູ້ເຂົ້າຮ່ວມຝຶກອົບຮົມຫຼັກສູດການປຸງແຕ່ງກາເຟ (E.I= 0.85) ສະແດງວ່າຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມກ້າວໜ້າທາງດ້ານການຮຽນຮູ້ເພີ່ມຂຶ້ນ. 4) ຜູ້ເຂົ້າຮ່ວມຝຶກອົບຮົມຫລັກສູດການປຸງແຕ່ງກາເຟ ພົບວ່າຄວາມເພິງພໍໃຈຂອງຜູ້ເຂົ້າຮ່ວມການຝຶກອົບຮົມການປຸງແຕ່ງກາເຟໂດຍການນໍາໃຊ້ ເຄື່ອງເອສເພຣສໂຊ ແມ່ນຢູ່ໃນລະດັບຫຼາຍທີສຸດ.
Source: ວາລະສານວິທະຍາສາດສັງຄົມ
Author: Sengkeo VONGVIENGXAY
Institution: National University of Laos
Language: Lao
Subfield: Education
Field: Social Sciences
Domain: Social Sciences
Open Access status: bronze
OpenAlex ID: W7203584201
