Year: 2025
Type: article
Abstract: ບົດຄັດຫຍໍ້ ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາປັດໄຈທີ່ພາໃຫ້ນັກຮຽນເຂົ້າຮຽນຫຼຸດລົງ ຢູ່ວິທະຍາ ໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນ 2) ເພື່ອພັດທະ ນາແນວທາງທີ່ສົ່ງເສີມການເຂົ້າຮຽນ ຢູ່ວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນ 3) ເພື່ອປະເມີນແນວທາງທີ່ສົ່ງເສີມການເຂົ້າຮຽນ ຢູ່ວິທະຍາໄລເຕັກ ນິກ-ວິຊາຊີບແຂວງຄໍາມ່ວນ. ວິທີການດໍາເນີນການຄົ້ນຄວ້າແບ່ງອອກເປັນ 3 ໄລຍະ, ກຸ່ມຕົວຢ່າງໃນການຄົ້ນຄວ້າ ໄລຍະທີ 1 ແມ່ນນັກຮຽນຂັ້ນ ມ.7 ຈໍານວນ 219 ຄົນ; ໄລຍະທີ 2 ກຸ່ມເປົ້າໝາຍ 9 ທ່ານຄື: ຄະນະອໍານວຍການ 1 ທ່ານ, ຫົວໜ້າພາກວິຊາ 7 ທ່ານ, ຫົວໜ້າພະແນກກິດຈະການນັກສຶກສາ 1 ທ່ານ ແລະ ໄລຍະທີ 3 ຜູ້ຊົງຄຸນວຸດທິ 11 ທ່ານ ປະ ກອບດ້ວຍ: ຄະນະອໍານວຍການ 3 ທ່ານ, ຫົວໜ້າຂະແໜງອາຊີວະສຶກສາ 1 ທ່ານ, ຄະນະພະແນກສຶກສາທິການ ແລະ ກິລາ 4 ທ່ານ, ຄະນະກົມອາຊີວະສຶກສາ 3 ທ່ານ. ເຄື່ອງມືທີ່ໃຊ້ເປັນແບບສອບຖາມ ແລະ ແບບສໍາພາດ; ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນມີຄ່າຄວາມຖີ່ (Frequency), ຄ່າສ່ວນຮ້ອຍ (Percentage), ຄ່າສະເລ່ຍ () ແລະ ຄ່າຜັນປ່ຽນມາດຕະຖານ (S.D) ຜົນການຄົ້ນຄວ້າພົບວ່າ: 1) ປັດໄຈທີ່ພາໃຫ້ນັກຮຽນເຂົ້າຮຽນຫຼຸດລົງ ຢູ່ວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນ ໂດຍສະເລ່ຍແມ່ນຢູ່ໃນລະດັບ ປານກາງ ໂດຍສະເພາະດ້ານເສດຖະກິດ ໃນຂະນະທີ່ດ້ານຕົວຜູ້ຮຽນ ແລະ ຄອບຄົວມີຜົນກະທົບໃນລະດັບໜ້ອຍ, 2) ການພັດທະນາແນວທາງທີ່ສົ່ງເສີມການເຂົ້າຮຽນ ຢູ່ວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນມີຄື: ຄວນຈັດການຮຽນ-ການສອນຮ່ວມກັບສະຖານປະກອບການ; ຄວນຮ່ວມມືກັບສະຖານປະ ກອບການເພື່ອພັດທະນາຫຼັກສູດ; ເຊັນສັນຍາກັບພາກເອກະຊົນໃນການໃຫ້ທຶນການສຶກສາ ແລະ ສະໜອງບ່ອນເຮັດວຽກ; ວິທະຍາໄລຄວນມີນະໂຍບາຍຍົກ ເວັ້ນຄ່າໃຊ້ຈ່າຍຕ່າງໆ ສຳລັບນັກສຶກສາທີ່ທຸກຍາກ; ຄວນເອົາຜູ້ທີ່ປະສົບຜົນສຳເລັດມາຊ່ວຍໂຄສະນາແນະແນວວິຊາຊີບ; ຄວນມີການພັດທະນາຫຼັກສູດໃຫ້ມີຄວາມຫຼາກຫຼາຍຕອບສະໜອງຄວາມຕ້ອງການຂອງຜູ້ຮຽນ; ຄວນປັບປຸງວິທີການຈັດການຮຽນ-ການສອນໃຫ້ຕິດພັນກັບການເຮັດວຽກຕົວຈິງໃຫ້ຫຼາຍຂຶ້ນ; ຄວນໂຄສະນາໃຫ້ຜູ້ປົກຄອງເຂົ້າໃຈເຖິງຄວາມສຳຄັນຂອງການຮຽນວິຊາຊີບ; ຄວນເພີ່ມຊ່ອງທາງໃຫ້ນັກສຶກສາມີລາຍໄດ້ເພື່ອແບ່ງເບົາພາລະຂອງຄອບຄົວໃນເວລາຮຽນໂດຍການຮ່ວມມືກັບສະຖານປະກອບການ; ຄວນມີລາງວັນໃຫ້ຜູ້ທີ່ດີເດັ່ນ ຫຼື ຮຽນເກັ່ງແມ່ນຍົກເວັ້ນຄ່າຮຽນ; ຄວນປັບປຸງກິດຈະກຳການຮຽນ-ການສອນໃຫ້ມີຄວາມຫຼາກຫຼາຍ; ຄວນເອົາຂໍ້ມູນສະຖານປະກອບການທີ່ຕ້ອງການແຮງງານມາເຜີຍແຜ່ໃຫ້ກັບກຸ່ມເປົ້າໝາຍກ່ອນການຕັດສີນໃຈເຂົ້າຮຽນ, 3) ຜົນການປະເມີນແນວທາງທີ່ສົ່ງເສີມການເຂົ້າຮຽນ ຢູ່ວິທະຍາໄລເຕັກນິກ-ວິຊາຊີບແຂວງ ຄໍາມ່ວນ ໂດຍສະເລ່ຍແລ້ວ ແນວທາງທີ່ສົ່ງເສີມການເຂົ້າຮຽນ ຢູ່ວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນແມ່ນມີຄວາມເໝາະສົມໃນລະດັບຫຼາຍທີ່ສຸດ ແລະ ຄວາມເປັນໄປໄດ້ ແມ່ນຢູ່ໃນລະດັບຫຼາຍ. ຄຳສັບສຳຄັນ: ປັດໄຈ, ການເຂົ້າຮຽນຫຼຸດລົງ, ວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນ. FACTORS CONTRIBUTING TO THE ADMISSION DECLINE IN THE TECHNICAL-VOCATIONAL COLLEGE OF KHAMMOUANE PROVINCE Faculty of Education, National University of Laos Corresponding Author: Kongma PHOMANOUVONG, Email: [email protected] Abstract This research aims to address the decrease in student enrollment at Khammouane Technical-Vocational College. The objectives are: 1) to study the factors contributing to the decline in enrollment, 2) to develop strategies for promoting enrollment, and 3) to evaluate the effectiveness of these strategies. The research is conducted in three phases. Phase 1 involves 219 seventh-grade students. Phase 2 targets nine participants, including one director, seven department heads, and one head of student affairs. Phase 3 involves 11 qualified individuals, including directors, heads of vocational education departments, and members of the education and sports department. Data collection tools include questionnaires and interviews, with data analyzed using frequency, percentage, mean (X̅), and standard deviation (S.D). The findings reveal that: Factors leading to the enrollment decline are moderate on average, with economic factors being the most significant, followed by student-related factors, and family-related factors having the least impact. Proposed strategies to promote enrollment include collaborating with enterprises for teaching and learning, curriculum development with institutional partnerships, providing scholarships through private sector cooperation, waiving tuition fees for disadvantaged students, and engaging successful professionals for career counseling. Additional recommendations include raising parental awareness of vocational education, increasing income-earning opportunities for students during their studies, aligning teaching with real-world applications, and disseminating workforce demand information to prospective students. The evaluation of these strategies indicates that they are both highly appropriate and feasible for implementation. Keywords: Factors, Student decline, Khammouane Technical-Vocational College
Source: ວາລະສານວິທະຍາສາດສຶກສາສາດ
Institution: National University of Laos
Language: Lao
Subfield: Education
Field: Social Sciences
Domain: Social Sciences
SDG: Quality education
Open Access status: bronze
OpenAlex ID: W7203613474
