ສຶກສາຄວາມສົນໃຈຂອງກຸ່ມຊາວນາທີ່ປູກເຂົ້າຕໍ່ກັບມາດຕະຖານການຜະລິດກະສິກໍາທີດີ (gap) ທີ່ບ້ານ ນາຊຽງຄານ ເມືອງໄຊບູລີ ແຂວງ ສະຫວັນນະເຂດ
Year: 2025
Type: article
Study design: Observational Study
Abstract: ການສຶກສາເລື່ອງຄວາມສົນໃຈຂອງກຸ່ມຊາວນາທີ່ປູກເຂົ້າຕໍ່ກັບມາດຕະຖານການຜະລິດກະສິກໍາທີ່ດີ (Good Agriculture Practice ຫຼື GAP) ທີ່ ບ້ານ ນາຊຽງຄານ ເມືອງ ໄຊບູລີ ເເຂວງ ສະຫວັນນະເຂດ ມີຈຸດປະສົງເພື່ອສຶກສາເຖິງຄວາມສົນໃຈ, ການຮັບຮູ້ຂໍ້ມູນຂ່າວສານ, ຄວາມເຂົ້າໃຈ ເເລະ ທັດສະນະຄະຕິ ຂອງກຸ່ມຊາວນາປູກເຂົ້າຕໍ່ກັບມາດຕະຖານການຜະລິດກະສິກໍາທີ່ດີ (GAP). ຊຶ່ງກຸ່ມປະຊາກອນທີ່ໃຊ້ໃນການສຶກສາ ຄັັ້ງນີ້ຄື: ບ້ານ ນາຊຽງຄານ ເມືອງ ໄຊບູລີ ເເຂວງ ສະຫວັນນະເຂດ ຈໍານວນ 30 ຄອບຄົວ ໃນນີ້ມີທັງກຸ່ມຊາວນາທີ່ໄດ້ເຂົ້າຮ່ວມຝຶກອົບຮົມກ່ຽວກັບມາດຕະຖານການຜະລິດກະສິກໍາທີ່ດີ (GAP) ເເລະ ກຸ່ມຊາວນາທີ່ບໍ່ໄດ້ເຂົ້າຮ່ວມການຝຶກອົບຮົມກ່ຽວກັບມາດຕະຖານການຜະລິດກະສິກໍາທີ່ດີ (GAP). ໃນການສຶກສາເເມ່ນນໍາໃຊ້ເເບບສອບຖາມ ໂດຍວິທີການສໍາພາດຜູ້ປູກເຂົ້າໃນຄົວເຮືອນຕາມເເບບສອບຖາມ. ໃນການວິເຄາະທາງສະຖິຕິແມ່ນມີຄ່າຄວາມຖີີ່, ຄ່າເປີເຊັນ, ຄ່າສະເລຸ່ຍ ເເລະ ຄ່າຜັນປ່ຽນມາດຕະຖານ. ສໍາລັບຜົນຂອງການທົດສອບຄວາມເຂົ້າໃຈຂອງກຸ່ມຊາວນາທີ່ເຂົ້າຮ່ວມຝຶກອົບຮົມ ບ້ານ ນາຊຽງຄານ ຈໍານວນ 15 ຄົນ ຊາວນາສ່ວນໃຫຍ່ 40% ຈໍານວນ 6 ຄົນ ມີຄ່າຄະເເນນຢູ່ລະດັບ 1-3 ຄະເເນນ ຊຶ່ງຢູ່ໃນລະດັບມີຄວາມຮູ້ໜ້ອຍ ເເລະ 33.33% ຈໍານວນ 5 ຄົນ ມີຄ່າຄະເເນນຢູ່ລະດັບໍ 6-9 ຄະເເນນ ຊຶ່ງຢູ່ໃນລະດັບມີຄວາມຮູ້ຫຼາຍ ເເລະ ເມື່ອເວົ້າເຖິງທາງດ້ານທັດສະນະຄະຕິຂອງກຸ່ມຊາວນາບໍ່ວ່າຈະເປັນກຸ່ມທີ່ເຂົ້າຮ່ວມ ແລະ ບໍ່ເຄີຍເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບມາດຕະຖານການຜະລິດກະສິກໍາທີ່ດີລ້ວນເເຕ່ມີຄວາມເຫັນດີໃຫ້ໜ່ວຍງານສົ່ງເສີມກະສິກໍາເຂົ້າມາໃຫ້ການຝຶກອົບຮົມຊາວນາໃຫ້ຮູ້ຈັກວິທີການນໍາໃຊ້ສານເຄມີ ທາງການເຮັດກະສິກໍາຢ່າງເໝາະສົມ ເມື່ອສຶກສາໃນຄວາມສົນໃຈຂອງກຸ່ມຊາວນາຕໍ່ມາດຕະຖານການຜະລິດກະສິກໍາທີ່ດີ ພົບວ່າກຸ່ມຊາວນາເເມ່ນ ມີຄວາມສົນໃຈໃນລະດັບທີ່ດີເພາະວ່າ ການຜະລິດຕາມລະບົບມາດຕະຖານການຜະລິດກະສິກໍາທີ່ດີ ເເມ່ນມີຄວາມ ເໝາະສົມ ເເລະ ມີຄວາມເປັນໄປໄດ້ໃນການເຮັດໃຫ້ໄດ້ຮັບຜົນຜະລິດທີ່ດີ, ມີຄຸນນະພາບນອກ ຈາກນີ້ຍັງຫຼຸດຜ່ອນການນໍາໃຊ້ສານເຄມີໃນຂະບວນການຜະລິດອີກດ້ວຍ ຈຶ່ງເນັັ້ນໜັກມາທາງໜ່ວຍງານສົ່ງ ເສີມການກະສິກໍາໃຫ້ສືບຕໍ່ສົ່ງເສີມໃຫ້ທົ່ວເຖິງ ເເລະ ເຜີຍເເຜຸ່ຄວາມຮູ້ທາງດ້ານວິຊາການໃນການປູກເຂົ້າໃຫ້ຫຼາຍຂຶ້ນ.
Institution: Savannakhet University
Language: Lao
Domain: Life Sciences
SDG: Zero hunger
Open Access status: hybrid
OpenAlex ID: W7203674670
