Year: 2025
Type: article
Abstract: ບົດຄົ້ນຄວ້າ-ວິໄຈສະບັບນີ້ໄດ້ອອກແບບ ແລະ ພັດທະນາເຄື່ອງມືວັດແທກຄຸນນະພາບຂອງດິນແບບເວລາຈິງ (Real-time) ດ້ວຍເຕັກໂນໂລຊີອິນເຕີເນັດແຫ່ງສັບພະສິ່ງ (Internet of Things: IoT). ພ້ອມທັງອອກແບບ ແລະ ພັດທະນາລະບົບຖານຂໍ້ມູນສຳລັບໂປຣແກຣມໃຊ້ງານເທິງເວັບໄຊ (Web Application) ແລະ ແອັບພິເຄຊັນມືຖື (Mobile Application) ທີ່ສາມາດເຂົ້າເຖິງຂໍ້ມູນ-ຄຸນນະພາບ ແລະ ຄວາມຊຸ່ມຂອງດິນ ຈາກສະມາດໂຟນ (Smart-Phone), ຄອມພິວເຕີ (Computer) ແລະ ແທັບເລັດ (Tablet) ໂດຍຜ່ານເຄືອຂ່າຍອິນເຕີເນັດ ເພື່ອຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງຂໍ້ມູນຄຸນນະພາບດິນໄດ້ສະດວກ ແລະ ວ່ອງໄວພ້ອມທັງທັນສະໄໝ. ລະບົບປະກອບດ້ວຍ 2 ພາກສ່ວນຫຼັກຄື: ພາກສ່ວນຮາດແວ ເຊິ່ງປະກອບດ້ວຍອຸປະກອນຕ່າງໆເຊັ່ນ: ຕົວປະມວນຜົນຫຼັກ (CEITIoT-ESP32-SIM7000G-V1) ແລະ ເຊັນເຊີວັດຄ່າຕ່າງຂອງດີນ ໄດ້ແກ່: ຄວາມຊຸ່ມດິນ (Soil moisture), ຄວາມເປັນກົດ-ດ່າງຂອງດິນ (Potential of Hydrogen: pH), ອຸນຫະພູມດິນ (Temperature), ການຊັກນໍາປະຈະໄຟຟ້າຂອງດິນ (Electro Conductivity), ແລະ ແຮ່ທາດສານອາຫານໃນດິນ (Nitrogen, Phosphorus, Potassium: NPK) ແລະ ພາກສ່ວນຊັອບແວ ທີ່ແບ່ງອອກເປັນຊຸດຄໍາສັ່ງທີ່ເຮັດໜ້າທີ່ອ່ານຄ່າຈາກເຊັນເຊີຕ່າງໆໄປບັນທຶກໄວ້ໃນຖານຂໍ້ມູນເທິງຄຣາວເຊີເວີ (Cloud server) ແລະ ຊຸດຄໍາສັ່ງທີ່ນໍາຂໍ້ມູນໃນຖານຂໍ້ມູນມາປະມວນຜົນ ແລະ ສະແດງອອກເທິງໜ້າໂປຼແກຼມເວບ (Web application). ໃນການພັດທະນາ, ໄດ້ມີການນໍາໃຊ້ລະບົບພະລັງງານໂຊຣາ (Solar energy) ເປັນແຫຼ່ງໄຟລ້ຽງໃຫ້ກັບກ່ອງເຊັນເຊີວັດແທກຄ່າ ເພື່ອໃຫ້ສາມາດນໍາໄປຕິດຕັ້ງກ່ອງເຊັນເຊີວັດແທກຄ່າໃນສະຖານທີ່ຕ່າງໆໄດ້ສະດວກ. ເຕັກນິກລະບົບການເຊື່ອມໂຍງຂໍ້ມູນຜ່ານຄຣາວ (Cloud based API) + MQTT ແລະ ການອອກແບບໜ້າຕາໂປຼແກຼມໃຊ້ງານແບບເຣັສປອນຊີບເວບ (Responsive web application) ແມ່ນໄດ້ຖືກນໍາໃຊ້ ເພື່ອອໍານວຍຄວາມສະດວກໃນການຕິດຕາມຂໍ້ມູນໄດ້ສະດວກສະບາຍ ຜ່ານອຸປະກອນຫຼາກຫຼາຍປະເພດ. ຜ່ານການທົດລອງ ເຫັນໄດ້ວ່າ ລະບົບທີ່ໄດ້ພັດທະນາຂຶ້ນ ສາມາດນຳໃຊ້ໃນການວັດແທກ ແລະ ສະແດງ ທີ່ຕັ້ງຂອງສະຖານນີວັດແທກ ພ້ອມລາຍລະອຽດທີ່ເປັນຕົວຊີ້ວັດ ຄຸນນະພາບ ແລະ ຄວາມຊຸ່ມຂອງດິນ ເທິງແຜນທີ່ແບບເວລາຈິງ ເທິງໜ້າໂປຣແກຣມໃຊ້ງານ ໄດ້ຢ່າງມີປະສິດຕິພາບ.
Institutions: National University of Laos, Niigata University
Language: Lao
Topic: Smart Agriculture and AI
Subfield: Plant Science
Domain: Life Sciences
Open Access status: bronze
OpenAlex ID: W7203702115
