Year: 2025
Type: article
Abstract: ການສຶກສາຄັ້ງນີ້ໄດ້ສຶກສາການຈະເລີນເຕີບໂຕຂອງງົວພື້ນເມືອງ ໂດຍມີຈຸປະສົງ ເພື່ອປຽບທຽບ ປະລິມານອາຫານທິ່ກິນໄດ້ຂອງງົວພື້ນເມືອງ ແລະ ເພຶ່ອປຽບທຽບອັດຕາການຈະເລີນເຕີບໂຕທົດແທນ ກັບການຈະເລີນເຕີບໂຕປົກະຕິຂອງງົວພື້ນເມືອງ. ການສຶກສາໄດ້ຈັດຕັ້ງປະຕິບັດຕົວຈິງຢູ່ພື້ນທີ່ຂອງມະຫາວິທະຍາໄລສະຫັວນນະເຂດ ແລະ ນໍາໃຊ້ຮູບແບບການທົດລອງ ທີ່ແບ່ງອອກເປັນ 2 ກຸ່ມທົດລອງ ຄື ກຸ່ມທີ່ໃຫ້ອາຫານປົກະຕິ (ກຸ່ມຄວບຄຸມ) ແລະ ກຸ່ມຈຳຈຳກັດອາຫານ 30%. ການເກັບກຳຂໍ້ມູນໄດ້ແກ່ປະລິມານອາຫານກິນໄດ້ ແລະ ນໍ້າໜັກງົວທຸກໆ 15 ວັນ. ການວິເຄາະຂໍ້ມູນປະກອບດ້ວຍຄ່າສະເລ່ຍ, ຜັນປ່ຽນມາດຖານ ແລະ Independent sample t-test ຂອງ ນ້ຳໜັກງົວແຕ່ລະຊ່ວງ, ນ້ຳໜັກເພີ່ມ, ການຈະເລີນເຕີບໂຕຕໍ່ວັນ, ປະລິມານອາຫານສົດ ແລະ ແຫ້ງທີ່ກິນໄດ້, ອັດຕາ ແລະ ເປີເຊັນດັດສະນີການຈະເລີນເຕີບໂຕທົດແທນຂອງງົວ. ຜົນຂອງການສຶກສາເຫັນໄດ້ວ່າ ປະລິມານການກິນໄດ້ ແລະ ການຈະເລີນເຕີບໂຕຂອງງົວທັງສອງກຸ່ມມີຄວາມແຕກຕ່າງທາງດ້ານສະຖິຕິໃນຊ່ວງຈຳກັດອາຫານ (P< 0.05) ແລະ ບໍ່ແຕກຕ່າງກັນໃນຊ່ວງໃຫ້ກິນເຕັມທີ່ (P>0.05). ຄ່າສະເລ່ຍອັດຕາການຈະເລີນເຕີບໂຕຕໍ່ວັນແມ່ນມີຄວາມແຕກຕ່າງທາງດ້ານສະຖິຕິ (P<0.05) ຊຶ່ງກຸ່ມບໍ່ຈໍາກັດອາຫານ ແລະ ກຸ່ມຈໍາກັດອາຫານ 30% ມີຄ່າເທົ່າກັບ 326.52 ແລະ 168.11 g/ໂຕ/ວັນ ຕາມລຳດັບ. ສໍາລັບອັດຕາແລກປ່ຽນອນຫາຍມາເປັນຊີ້ນ (FCR) ໃນຮູບແບບແຫ້ງ (DM) ແມ່ນບໍ່ມີຄວາມແຕກຕ່າງທາງດ້ານສະຖິຕິທັງສອງກຸ່ມທົດລອງ (P>0.05) ຊຶ່ງກຸ່ມບໍ່ຈໍາກັດອາຫານ ແລະ ກຸ່ມຈໍາກັດອາຫານ 30% ເທົ່າກັບ 6.35 ແລະ 15. 67 ຕາມລຳດັບ. ນອກຈາກນີ້, ການຈະເລີນເຕີບໂຕທົດແທນຂອງງົວໃນກຸ່ມຈໍາກັດອາຫານ 30% ແມ່ນມີການຈະເລີນເຕີບໂຕທົດແທນປະມານ 80. 27% ແຕ່ເມື່ອທຽບກັບກຸ່ມບໍ່ຈໍາກັດອາຫານເຫັນວ່າບໍ່ມີຄວາມແຕກຕ່າງກັນທາງດ້ານສະຖິຕິ (P>0.05). ການສຶກສາສາມາດສະຫຼຸບໄດ້ວ່າ ການຈຳກັດອາຫານມີອິດທິພົນຢ່າງຈະແຈ້ງຕໍ່ການກິນອາຫານ ແລະ ອັດຕາການຈະເລີນເຕີບໂຕຕໍ່ວັນໃນໄລຍະຈຳກັດອາຫານ. ເຖິງຢ່າງໃດກໍຕາມ, ໃນໄລຍະໃຫ້ກິນເຕັມທີ່ພາຍຫຼັງການຈຳກັດອາຫານ, ງົວທີ່ຖືກຈຳກັດອາຫານມີຄວາມສາມາດໃນການສະແດງການຈະເລີນເຕີບໂຕທົດແທນ ແຕ່ບໍ່ມີຄວາມແຕກຕ່າງກັນເມື່ອທຽບກັບກຸ່ມຄວບຄຸມ.
Institutions: Savannakhet University, Champasack University
Language: Lao
Subfield: Animal Science and Zoology
Domain: Life Sciences
SDG: Zero hunger
Open Access status: hybrid
OpenAlex ID: W7203969931
