ສຶກສາສະພາບການຮຽນ-ການສອນ ວິຊາປັດຊະຍາການເມືອງ ຂອງນັກສຶກສາ ພາກວິຊາ ຄູວິທະຍາສາດສັງຄົມ ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ ສົກສຶກສາ 2023-2024
Year: 2025
Type: article
Abstract: ການວິໄຈຄັ້ງນີ້ແມ່ນສຶກສາສະພາບບັນຫາການຮຽນ-ການສອນວິຊາປັດຊະຍາການເມືອງ ຂອງນັກສຶກສາ ພາກວິຊາ ຄູວິທະຍາສາດສັງຄົມ ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ ສົກສຶກສາ 2023-2024. 1) ການວິໄຈໃນຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາສະພາບບັນຫາການຈັດການຮຽນ-ການສອນວິຊາປັດຊະຍາການເມືອງ ຂອງນັກສຶກສາ ພາກວິຊາ ຄູວິທະຍາສາດສັງຄົມຄະນະສຶກສາສາດ ມະຫາວິທະຍາໄລ ສະຫວັນນະເຂດ ສົກສຶກສາ 2023-2024, 2) ເພື່ອກໍານົດແນວທາງໃນການປັບປຸງຮູບແບບການຮຽນ-ການສອນວິຊາປັດຊະຍາການເມືອງ ຂອງນັກສຶກສາ ພາກວິຊາ ຄູວິທະຍາສາດສັງຄົມ ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ. ປະຊາກອນທີ່ໃຊ້ໃນການສຶກສາຄັ້ງນີ້ ແມ່ນຂອງນັກສຶກສາ ພາກວິຊາ ຄູວິທະຍາສາດສັງຄົມ ພາກຮຽນ I ສົກຮຽນ 2023-2024 ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ ເຊິ່ງມີຄູ 4 ທ່ານ ຈໍານວນນັກສຶກສາ ທັງໝົດ 48 ຄົນ, ຍິງ 29 ຄົນ. ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈຄັ້ງນີ້ ແມ່ນພາກວິຊາ ຄູວິທະຍາສາດສັງຄົມ ມາເປັນກຸ່ມຕົວຢ່າງໃນການວິໄຈ ເຊິ່ງໄດ້ມາຈາກການເລືອກແບບເຈາະຈົງໂດຍໃຊ້ການສຶກສາແບບ One-Group Pretest-Posttest Design (ເປັນເປີເຊັນ 100%) ເຄື່ອງມືທີ່ໃຊ້ໃນການເກັບຮວບຮວມຂໍ້ມູນແມ່ນເປັນແບບສໍາພາດ ແລະ ເປັນແບບສອບຖາມ, ສະຖິຕິທີ່ໃຊ້ໃນການວິໄຈໄດ້ແມ່ນ: ເປີເຊັນ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ການທົດສອບຄວາມແຕກຕ່າງຂອງລະດັບສະພາບບັນຫາການຮຽນ One sample t-test and One way ANOVA. ຜົນການວິໄຈພົບວ່າ: 1) ດ້ານຫຼັກສູດຂອງປັດຊະຍາການເມືອງ, 3). ດ້ານນັກສຶກສາ, 4). ດ້ານສື່ການສອນ ແລະ ອຸປະກອນ, 5). ດ້ານກິດຈະກໍາ, 6). ດ້ານການວັດ ແລະ ປະເມີນຜົນວິຊາປັດຊະຍາສາມາດເຫັນໄດ້ວ່າ: ດ້ານນັກສຶກສາ, ດ້ານສື່ການສອນ ແລະ ອຸປະກອນ ວິຊາປັດຊະຍາການເມືອງ ແມ່ນມີຄວາມແຕກຕ່າງກັນທາງດ້ານສະຖິຕິ 0.05. ດ້ານຫຼັກສູດ, ດ້ານຄູສອນ, ດ້ານກິດຈະກໍາ, ດ້ານການວັດ ແລະ ປະເມີນຜົນວິຊາປັດຊະຍາສາມາດເຫັນໄດ້ວ່າ: ປະເມີນຜົນແມ່ນບໍ່ມີຄວາມແຕກຕ່າງກັນ. 2) ຈາກການສໍາພາດຄູສອນພົບວ່າ: ບັນຫາທີ່ເປັນອຸປະສັກໃນການຈັດການຮຽນ-ການສອນຄື ນັກສຶກສາມີຄວາມຮູ້ພື້ນຖານໜ້ອຍທີ່ສຸດ, ເວລາການຈັດການຮຽນ-ການສອນແມ່ນມີໜ້ອຍ (ມີຢ່າງຈໍາກັດ) ເນື້ອໃນລາຍວິຊາທີ່ຕ້ອງຮຽນແມ່ນຫຼາຍ.
Institution: Savannakhet University
Language: Lao
Subfield: Education
Field: Social Sciences
Domain: Social Sciences
SDG: Quality education
Open Access status: hybrid
OpenAlex ID: W7204012166
