Work

ປັດໄຈທີ່ມີຜົນຕໍ່ລາຍຈ່າຍຂອງນັກສຶກສາ ມະຫາວິທະຍາໄລສະຫວັນນະເຂດ

Year: 2025
Type: article
Study design: Observational Study
Abstract: ການສຶກສາໃນຄັ້ງນີ້ມີຈຸດປະສົງເພື່ອສຶກສາ: 1) ພຶດຕິກໍາການໃຊ້ຈ່າຍຂອງນັກສຶກສາ ມະຫາວິທະຍາໄລສະຫວັນນະເຂດ ແລະ ປັດໄຈທີ່ມີຜົນຕໍ່ຄ່າໃຊ້ຈ່າຍຂອງນັກສຶກສາ ມະຫາວິທະຍາໄລສະຫວັນນະເຂດ ຂໍ້ມູນທີ່ນໍາໃຊ້ແມ່ນໄດ້ມາຈາກແບບສອບຖາມແບບສຸ່ມຕົວຢ່າງຈາກນັກສຶກສາຈໍານວນ 310 ຄົນເຊິ່ງນໍາໃຊ້ສະຖິຕິພັນລະນາ ແລະ ສົມຜົນຖົດຖອຍແບບເສັ້ນຊື່ (Ordinary Least Square: OLS) ເປັນການວິເຄາະແບບພະຫຸຄູນ (Multiple Regression) ໂດຍນໍາໃຊ້ໂປຣແກຣມສໍາເລັດຮູບເຂົ້າໃນການວິເຄາະເພື່ອຊອກຫາຄ່າສໍາປະສິດທີ່ສະແດງຄວາມສໍາພັນລະຫວ່າງຕົວປ່ຽນຕາມ ແລະ ຕົວປ່ຽນອິດສະຫຼະທີ່ກ່ຽວຂ້ອງ. ຜົນການສຶກສາພົບວ່າ ຄ່າໃຊ້ຈ່າຍດ້ານການສຶກສາ 5,000,000 – 7,000,000 ກີບ/ປີ ກວມເອົາ 40.97%, ດ້ານທີ່ຢູ່ອາໄສຂອງນັກສຶກສາແມ່ນຢູ່ເຮືອນຕົນເອງ ກວມເອົາ 76.77%, ຄ່າໃຊ້ຈ່າຍດ້ານເສື້ອຜ້າ 100,000 – 1,000,000 ກີບ/ເດືອນ ກວມເອົາ 38.71%, ຄ່າໃຊ້ຈ່າຍຄ່ານໍ້າມັນເດີນທາງມາຮຽນ 100,000 – 500,000 ກີບ/ເດືອນ ກວມເອົາ 93.87%, ຄ່າໃຊ້ຈ່າຍດ້ານອາຫານ 100,000 – 1,000,000 ກີບ/ເດືອນ ກວມເອົາ 60% ແລະ ຄ່າໃຊ້ຈ່າຍດ້ານສັງຄົມ 100,000 – 1,000,000 ກີບ/ເດືອນ ກວມເອົາ 59.35% ແລະ ຈາກການຄາດປະມານແບບຈໍາລອງ (OLS) ຂອງການສຶກສາເຫັນວ່າມີ 6 ປັດໄຈ ຄື: ອາຊີບຂອງພໍ່ນັກສຶກສາ, ຄ່າໃຊ້ຈ່າຍດ້ານການສຶກສາ, ຄ່າໃຊ້ຈ່າຍນໍ້າມັນລົດມາໂຮງຮຽນ, ຄ່າໃຊ້ຈ່າຍດ້ານອາຫານ ແລະ ເຄື່ອງດື່ມ ແລະ ຄ່າໃຊ້ຈ່າຍດ້ານສັງຄົມ ທີ່ເຮັດໃຫ້ມີຜົນຕໍ່ການໃຊ້ຈ່າຍຂອງນັກສຶກສາ ມະຫາວິທະຍາໄລສະຫວັນນະເຂດ, ສ່ວນປັດໄຈອື່ນ (ເພດ, ອາຍຸ, ທີ່ຢູ່ອາໃສ, ອາຊີບແມ່, ຄ່າໃຊ້ຈ່າຍດ້ານທີ່ຢູ່ອາໃສ ແລະ ຄ່າໃຊ້ຈ່າຍດ້ານເສື້ອຜ້າ) ແມ່ນບໍ່ຜານການທົດສອບທາງສະຖິຕິຊຶ່ງງບໍ່ມີຜົນຕໍ່ຄ່າໃຊ້ຈ່າຍຂອງນັກສຶກສາ.
Language: Lao
Subfield: Education
Open Access status: hybrid
OpenAlex ID: W7204012570
FWCI:
Cites:
Cited by:
Related to: 10