ການປັບປຸງປະສິດທິພາບການຜະລິດ ແລະ ການນໍາໃຊ້ພະລັງງານ ໂດຍນຳໃຊ້ ການບຳລຸງຮັກສາທະວີຜົນແບບທຸກຄົນມີສ່ວນຮ່ວມ ຫຼື Tpm: ກໍລະນີສຶກສາ ໂຮງງານ ອໍ 410
Year: 2026
Type: article
Abstract: ໂຮງງານ ອໍ 410 ພວມປະເຊີນກັບສິ່ງທ້າທາຍດ້ານປະສິດທິພາບການຜະລິດທີ່ຕໍ່າ ແລະ ການນໍາໃຊ້ ພະລັງງານທີ່ບໍ່ມີປະສິດທິພາບ. ການຄົ້ນຄວ້າຄັ້ງນີ້ ມີຈຸດປະສົງເພື່ອວິເຄາະ ແລະ ແກ້ໄຂບັນຫາດັ່ງກ່າວ ໂດຍ ການນໍາໃຊ້ຫຼັກການການບຳລຸງຮັກສາທະວີຜົນແບບທຸກຄົນມີສ່ວນຮ່ວມ (Total Productive Maintenance TPM). ຜູ້ຄົ້ນຄວ້າໄດ້ດໍາເນີນການສຶກສາແບບ ກ່ອນ-ຫຼັງ (Pre-Post Study) ໂດຍເກັບກຳຂໍ້ມູນ 5 ເດືອນ ກ່ອນການປັບປຸງ (Baseline) ແລະ 5 ເດືອນຫຼັງການປັບປຸງ, ໂດຍນຳໃຊ້ດັດຊະນີຊີ້ວັດຫຼັກຄື ປະສິດທິພາບ ໂດຍລວມຂອງເຄື່ອງຈັກ (Overall Equipment Effectiveness OEE) ແລະ ການນໍາໃຊ້ພະລັງງານ ຈໍາເພາະ (Specific Energy Consumption - SEC). ຜົນການວິເຄາະກ່ອນການປັບປຸງ (Baseline) ພົບວ່າ: ຄ່າ OEE ສະເລ່ຍຢູ່ໃນລະດັບຕໍ່າຫຼາຍ (ສະເລ່ຍ 19.5%) ແລະ ມີຄ່າ SEC ສູງເຖິງ 0.0302 kWh/ອັນ. ການວິເຄາະສາເຫດພື້ນຖານ (Root Cause Analysis) ພົບວ່າ: ຄວາມບໍ່ສະຖຽນຂອງເຄື່ອງຢຶດຄັ້ງທີ 3 (ບັນຫາການອອກແບບເຟືອງທົດ ແລະ ການຂັດຂ້ອງ 7.03 ຊົ່ວໂມງ) ໄດ້ກໍ່ໃຫ້ເກີດ "ຜົນກະທົບແບບຕ່ອງໂສ້" (Cascade Effect) ໄປຍັງເຄື່ອງຈັກປາຍທາງ, ເຮັດໃຫ້ເກີດການສູນເສຍຈາກການຢຸດເພື່ອປັບຕັ້ງເລື້ອຍໆ (Adjustment Loss 80.97 ຊົ່ວໂມງ) ແລະ ການສູນເສຍຈາກຜະລິດຕະພັນທີ່ບໍ່ໄດ້ມາດຕະຖານສູງ (Total Scrap Loss 54,788 ອັນ). ຫຼັງຈາກການຈັດຕັ້ງປະຕິບັດ TPM ໂດຍສຸມໃສ່ການປັບປຸງສະເພາະກໍລະນີ (Focused Improvement - FI), ການບຳລຸງຮັກສາຄຸນນະພາບ (Quality Maintenance - QM), ແລະ ການບຳລຸງຮັກສາດ້ວຍຕົນເອງ (Autonomous Maintenance - AM), ຜົນໄດ້ຮັບຂອງ 5 ເດືອນຫຼັງການ ປັບປຸງ ສະແດງໃຫ້ເຫັນຜົນສໍາເລັດຄື: ບັນຫາການຂັດຂ້ອງ (Breakdown Loss) ຖືກລົບລ້າງ 100%, ຍອດລວມຂອງຜະລິດຕະພັນທີ່ບໍ່ໄດ້ມາດຕະຖານ ໄດ້ຫຼຸດລົງ 49.8%, ແລະ ຍອດຜະລິດຕະພັນທີ່ໄດ້ມາດຖານເພີ່ມຂຶ້ນ 40.3%. ຜົນສໍາເລັດນີ້ ສົ່ງຜົນໂດຍກົງເຮັດໃຫ້ຄ່າ SEC ຫຼຸດລົງເຫຼືອ 0.0226 kWh/ອັນ, ຄິດເປັນ ການປະຫຍັດພະລັງງານໄດ້ 25.2%. ການສຶກສາຄັ້ງນີ້ ພິສູດໃຫ້ເຫັນວ່າ TPM ເປັນຍຸດທະສາດທີ່ມີປະສິດທິ ຜົນສູງໃນການແກ້ໄຂບັນຫາທາງວິສະວະກຳທີ່ຕົ້ນເຫດ, ເຊິ່ງບໍ່ພຽງແຕ່ເພີ່ມ OEE ແຕ່ຍັງຊ່ວຍປັບປຸງ ປະສິດທິພາບການນໍາໃຊ້ພະລັງງານຢ່າງເປັນຮູບປະທຳ.
Source: ວາລະສານ ວິທະຍາສາດທຳມະຊາດ
Institution: National University of Laos
Language: Lao
Field: Energy
Domain: Physical Sciences
Open Access status: bronze
OpenAlex ID: W7204772991
