ສຶກສາຜົນການຮຽນ ວິຊາ ປະຫວັດສາດລາວສະໄໝກາງຕອນທ້າຍໂດຍໃຊ້ວິທີສອນແບບຮ່ວມມືດ້ວຍເຕັກນິກລະດົມສະໝອງນັກຮຽນມັດທະຍົມສຶກສາ ປີທີ 6 ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ສະຫວັນນະເຂດ ສົກປີ 2024-2025
Year: 2025
Type: article
Study design: Clinical Trial
Abstract: ໃນການວິໄຈຄັ້ງນີ້ແມ່ນສຶກສາຜົນການຮຽນວິຊາປະຫວັດສາດລາວສະໄໝກາງຕອນທ້າຍ ໂດຍວິທີສອນແບບຮ່ວມມື ດ້ວຍເຕັກນິກລະດົມສະໝອງ ຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ 6 ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ສະຫວັນນະເຂດ. 1) ການວິໄຈໃນຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາຜົນການຮຽນການຮຽນກ່ອນ ແລະ ຫຼັງການສອນວິຊາ ປະຫວັດສາດລາວສະໄໝກາງຕອນທ້າຍ ໂດຍໃຊ້ວິທີສອນແບບຮ່ວມມືດ້ວຍເຕັກນິກລະດົມສະໝອງ ຂອງນັກຮຽນຊັ້ນມັດທະຍົມສຶກສາ ປີທີ 6 ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ສະຫວັນນະເຂດ, 2) ເພື່ອສຶກສາລະດັບຄວາມເພິ່ງພໍໃຈຂອງນັກຮຽນ ຕໍ່ການຮຽນ-ການສອນ ວິຊາປະຫວັດສາດລາວສະໄໝກາງຕອນທ້າຍ ໂດຍໃຊ້ວິທີສອນແບບຮ່ວມມືດ້ວຍເຕັກນິກລະດົມສະໝອງ ຂອງນັກຮຽນຊັ້ນມັດທະຍົມສຶກສາ ປີທີ 6 ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ສະຫວັນນະເຂດ.. ປະຊາກອນທີ່ໃຊ້ໃນການສຶກສາຄັ້ງນີ້ ແມ່ນນັກຮຽນຊັ້ນມັດທະຍົມສຶກສາປີທີ 6 ພາກຮຽນ II ສົກຮຽນ 2024-2025 ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ມີຈໍານວນ 3 ຫ້ອງ ມ 6/1, 6/2, 6/3 ເຊິ່ງມີຈຳນວນນັກຮຽນ ທັງໝົດ 96 ຄົນ, ຍິງ 52 ຄົນ. ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈຄັ້ງນີ້ ແມ່ນຫ້ອງ ມ 6/2 ຈໍານວນ 31 ຄົນ, ຍິງ 14 ຄົນ ມາເປັນກຸ່ມຕົວຢ່າງໃນການວິໄຈ ເຊິ່ງໄດ້ມາຈາກການເລືອກແບບເຈາະຈົງໂດຍໃຊ້ການສຶກສາແບບ One-Group Pretest-Posttest Design (ທົດສອບກ່ອນການຮຽນ-ຫຼັງການການຮຽນ) ເຄື່ອງມືທີ່ໃຊ້ໃນການວິໄຈມີແຜນການສອນ 5 ແຜນ ແຜນລະ 2 ຊົ່ວໂມງ, ແບບທົດສອບກ່ອນຮຽນ ແລະ ຫຼັງການຮຽນວັດຜົນການຮຽນທີ່ເປັນຄຳຖາມປາລະໄນ 18 ຂໍ້ ແລະ ອັດຕະໄນ 2 ຂໍ້ ແລະ ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນແມ່ນ Dependent sample t-test, One sample t-test. ຜົນການວິໄຈພົບວ່າ: 1) ຜົນຄະແນນຫຼັງການຮຽນວິຊາປະຫວັດສາດລາວສະໄໝກາງຕອນທ້າຍ ໂດຍວິທີສອນແບບຮ່ວມມື ດ້ວຍເຕັກນິກລະດົມສະໝອງ ຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ 6 ໂຮງຮຽນສາມັນກິນ ນອນຊົນເຜົ່າ ແຂວງສະຫວັນນະເຂດ ສູງກວ່າກ່ອນຮຽນ ມີຄະແນນສະເລ່ຍເທົ່າກັບ ຫຼັງການຮຽນແມ່ນ ດ້ວຍລະດັບຄວາມສໍາຄັນທາງສະຖິຕິ 0.05. 2) ຄວາມເພິ່ງພໍໃຈໃນການຮຽນ-ການສອນວິຊາປະຫວັດສາດລາວສະໄໝກາງຕອນທ້າຍ ໂດຍວິທີສອນແບບຮ່ວມມື ດ້ວຍເຕັກນິກລະດົມສະໝອງ ຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ 6 ໂຮງຮຽນສາມັນກິນ ນອນຊົນເຜົ່າ ແຂວງ ສະຫວັນນະເຂດ ແມ່ນຢູ່ໃນລະດັບຄວາມເພິ່ງພໍໃຈຫຼາຍ ແລະ ດ້ວຍລະດັບຄວາມສໍາຄັນທາງສະຖິຕິ 0.05
Institution: Savannakhet University
Language: Lao
Subfield: Developmental and Educational Psychology
Field: Psychology
Domain: Social Sciences
SDG: Quality education
Open Access status: hybrid
OpenAlex ID: W7203661701
