Work

ສຶກສາວິທີການໂຄສະນາດ້ານການຕະຫຼາດ (ການຂາຍໝາກແຕງແຄັນຕາລຸບ) ຂອງປະຊາຊົນ ບ້ານຫ້ວຍ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ

Year: 2026
Type: article
Abstract: ສຶກສາຄັ້ງນີ້ແມ່ນ ສຶກສາວິທີການໂຄສະນາດ້ານການຕະຫຼາດ (ການຂາຍໝາກແຕງແຄນຕາລຸບ) ຂອງປະຊາ ຊົນບ້ານຫ້ວຍ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ; ເປົ້າໝາຍສໍາຄັນແມ່ນສຶກສາການປູກໝາກແຕງແຄັນຕາລຸບໝາກແຕງແຄນຕາລຸບເປັນສິນຄ້າຂອງຊາວກະສິກອນ ບ້ານຫ້ວຍ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ຈຸດປະສົງສະເພາະ: (1) ສຶກສາລະດັບຂອງບັນຫາດ້ານການຜະລິດ, ການລົງທຶນ ແລະ ປັດໄຈທີ່ສົ່ງຜົນຕໍ່ການປູກໝາກແຕງແຄນຕາລຸບໃຫ້ກາຍເປັນສິນຄ້າ ຂອງຊາວກະສິກອນບ້ານຫ້ວຍ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. (2) ສຶກສາວິທີການໂຄສະນາດ້ານການຕະຫຼາດ (ການຂາຍໝາກແຕງແຄນຕາລຸບ) ຂອງປະຊາ ຊົນບ້ານຫ້ວຍ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ກຸ່ມຕົວຢ່າງປະກອບມີຊາວກະສິກອນຜູ້ປູກ, ອໍານາດການປົກຄອງບ້ານທີ່ກ່ຽວຂ້ອງ, ຫ້ອງ ການກະສິກໍາ ແລະ ປ່າໄມ້ນະຄອນໄກສອນ ແລະ ແຂວງ ລວມທັງໝົດ 40 ຄົນ. ວີທີການຄັດເລືອກກຸ່ມຕົວຢ່າງແມ່ນໃຊ້ແບບສະເພາະເຈາະຈົງຕົວບຸກຄົນທີ່ກ່ຽວຂ້ອງຕົວຈິງ ແລ້ວສໍາພາດຂໍ້ມູນໃນທາງເລິກເພື່ອໃຫ້ໄດ້ຂໍ້ມູນລະອຽດຖືກຕ້ອງ ແລະ ວິທີການວິເຄາະຂໍ້ມູນແມ່ນໃຊ້ໂປຣແກມສຳເລັດຮູບ Excel and SPSS ເຂົ້າມາຊ່ວຍໃນການວິເຄາະ. ຜົນຂອງການສຶກສາພົບວ່າ: ການໂຄສະນາດ້ານການຕະຫຼາດ (ການຂາຍໝາກແຕງແຄນຕາລຸບ) ຂອງຊາວກະສິກອນບ້ານຫ້ວຍນະ ຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພົບວ່າ ມີບັນຫາຫຼາຍ ຄ່າສະເລ່ຍຄ່າ ເທົ່າກັບ 4.26 ໃນນັ້ນ ບັນຫາດ້ານການຜະລິດໝາກແຕງແຄນຕາລຸບ ພົບບັນຫາຫຼາຍທີ່ສຸດແມ່ນບັນຫາສັດຕູພືດ ແລະ ພະຍາດ ມີຄ່າສະເລ່ຍເທົ່າກັບ 5, ພົບບັນຫາໜ້ອຍ ແມ່ນແຫຼ່ງນ້ຳ ມີຄ່າສະເລ່ຍເທົ່າກັບ 1. ບັນຫາດ້ານຕົ້ນທຶນການຜະລິດ (ການລົງທຶນ) ທີ່ໃຊ້ເຂົ້າໃນການປູກໝາກແຕງແຄນຕາລຸບ ພົບວ່າ ມີບັນຫາຫຼາຍ ຄ່າສະເລ່ຍ ເທົ່າກັບ 4.19 ແມ່ນພົບບັນຫາ ຝຸ່ນຊີວະພາບ ມີຄ່າສະເລ່ຍ 4.51 ແລະ ບັນຫາປານກາງ ແມ່ນແຮງງານ ມີຄ່າສະເລ່ຍເທົ່າກັບ 3.35. ວິທີການໂຄສະນາຜະລິດຕະພັນ (ການຕະຫຼາດ) ໝາກແຕງແຄນຕາລຸບ ພົບວ່າ ຢູ່ໃນລະດັບປານກາງ ຄ່າສະເລ່ຍ ເທົ່າກັບ 3.14, ມີການໂຄສະນາຜ່ານໝູ່ຄູ່ (ເຊິ່ງໜ້າ) ມີຄ່າສະເລ່ຍ 5 ແມ່ນຫຼາຍທີ່ສຸດ ແລະ ໂຄສະນາທາງໂທລະພາບ, ວິທະຍຸກັບ ການຂຶ້ນປ້າຍໂຄສະນາ ມີຄ່າສະເລ່ຍເທົ່າກັບ 1.23 ແມ່ນໜ້ອຍທີ່ສຸດ. ສະຫຼຸບໄດ້ວ່າ: ບັນຫາດ້ານການຜະລິດ ໃນຈຳນວນ 6 ບັນຫາ ເຫັນໄດ້ວ່າ ບັນຫາສັດຕູພືດ ແລະ ພາຍາດ ແມ່ນຫຼາຍທີ່ສຸດ ມີຄ່າສະເລ່ຍ ເທົ່າກັບ 5 ຫຼາຍທີ່ສຸດ ຍ້ອນອນຂາດເຕັກນິກ, ມີປະສົບການໜ້ອຍ, ບັນຫາຕົ້ນທຶນການຜະລິດ ໃນຈຳນວນ 6 ບັນຫາ ເຫັນໄດ້ວ່າ ບັນຫາການຊື້ຝຸ່ນຊີວະພາບ ມີຄ່າສະເລ່ຍ 4.51 ຫຼາຍທີ່ສຸດ ຍ້ອນລາຄາຝຸ່ນສູງຂຶ້ນແຕ່ລະຄັ້ງໃນການໄປຊື້ເຮັດໃຫ້ຕົ້ນທຶນສູງຂຶ້ນ, ວິທີການໂຄສະນາຜະລິດຕະພັນ (ການຕະຫຼາດ) ໃນຈຳນວນ 5 ຂໍ້ ແມ່ນໂຄສະນາຜ່ານໝູ່ຄູ່ (ເຊິ່ງໜ້າ) ມີຄ່າສະເລ່ຍສູງ ເທົ່າກັບ 5 ຫຼາຍທີ່ສຸດຍ້ອນເປັນບ້ານແຄມທາງອອກຂາຍແຄມທາງສ້າງເປັນຂະບວນການ ແລະ ເປັນທາງຜ່ານເຮັດໃຫ້ຄົນຜ່ານທາງຮູ້ ແລະ ເຫັນສົນໃຈຊື້ ແລະ ບາງຄົນນຳໄປຂາຍຕໍ່ທີ່ຕະຫຼາດ ແລະ ສະຖານທີ່ຕ່າງໆ.
Language: Lao
Subfield: Marketing
Open Access status: bronze
OpenAlex ID: W7203710173
FWCI:
Cites:
Cited by:
Related to: 10